ແບບ ຫຼື ແມ່ແບບ
ການຮ້ອງຂໍໃຊ້ແມ່ແບບຖານຂໍ້ມູນ
ສູນສີລະປະ ແລະ ຊົນເຜົ່າວິທະຍາ ສາມາດອະນຸຍາດໃຫ້ຄົນພື້ນເມືອງ ແລະ ບັນດາຊົນເຜົ່າຕ່າງໆໃນ ສປປ ລາວ ທີ່ສົນໃຈໃນການປົກປ້ອງ ແລະ ສົ່ງເສີມຄວາມຮູ້ພື້ນເມືອງ, ການສະແດງຄວາມໝາຍມໍລະດົກທາງດ້ານວັດທະນະທຳຂອງຕົນ ຫຼື ກຸ່ມຜູ້ສະໜັບສະໜຸນ, ຫຼື ອົງກອນທີ່ເຮັດວຽກກັບຊຸມຊົນທີ່ມີຄວາມພະຍາຍາມແບບດຽວກັນໃຊ້ແບບຖານຂໍ້ມູນນີ້ ໂດຍບໍ່ເສຍຄ່າ ແລະ ໃຊ້ໄດ້ຕາມຄວາມຕ້ອງການໂດຍບໍ່ຈໍາກັດ. ສໍາລັບກຸ່ມຜູ້ສະໜັບສະໜຸນ ແລະ ອົງກອນທີ່ເຮັດວຽກກັບຊຸມຊົນຈໍາເປັນຕ້ອງມີຕົວແທນຈາກຊຸມຊົນທີ່ຖືກຕ້ອງຕາມກົດໝາຍຢ່າງຄັກແນ່. ອົງການສິດທິຊັບສິນທາງປັນຍາທາງດ້ານວັດທະນະທຳ® ຮ່ວມກັບ ສູນສີລະປະ ແລະ ຊົນເຜົ່າວິທະຍາຈະເປັນຜູ້ອໍານວຍຄວາມສະດວກໃນການດໍາເນີນການໃຫ້ແຕ່ລະກໍລະນີ (ແຕ່ລະລາຍ).
Creating a personalised Database like the one of the ______ requires cross-disciplinary expertise, dedicated training on legal protection mechanisms, ethnographic research tools, and technical guidance for populating the database. Preliminary consultations amongst all relevant actors from the community interested in developing their own Traditional Design Database are compulsory as part of the Free, Prior, Informed Consent (FPIC) process.
ສູນສີລະປະ ແລະ ຊົນເຜົ່າວິທະຍາຮ່ວມມືກັບ ອົງການສິດທິຊັບສິນທາງປັນຍາດ້ານວັດທະນາທໍາ® ມຸ່ງໝັ້ນທີ່ຈະໃຫ້ການສະໜັບສະໜູນຊຸມຊົນ ແລະ ຕົວແທນຂອງເຂົາເຈົ້າໃນການດໍາເນີນການເພື່ອແກ້ໄຂບັນຫານີ້ຢ່າງຈິງຈັງ.
ຖ້າທ່ານໃດສົນໃຈໃນການລິເລີ່ມຂະບວນການນີ້ໃນຊຸມຊົນຂອງທ່ານ ກະລຸນາຕື່ມແບບຟອມລຸ່ມນີ້